ວັດອື່ນໆໃນນະຄອນຫຼວງພະບາງ
ຫຼວງພະບາງມີວັດວາອາຮາມຫຼາຍແຫ່ງທີ່ໜ້າທ່ຽວຊົມ ໃນລະຫວ່າງທີ່ທ່ານທ່ອງທ່ຽວຢູ່ນະຄອນຫຼວງພະບາງ.













ວັດແສນ
ຕາມການບອກເລົ່າວ່າ ຊື່ຂອງວັດແສນ ແມ່ນໄດ້ມາຈາກການບໍລິຈາກເງີນໜື່ງແສນກີບ(100.000 ກີບ) ເພື່ອໃຊ້ເຂົ້າໃນການກໍ່ສ້າງວັດ ໃນປີ 1818 ແລະ ມີການປະຕິສັງຂອນ ໃນປີ 1957 ເນື່ອງໃນໂອກາດຄົບຮອບ 2500 ປີຂອງການກຳເນີດພະພຸດທະເຈົ້າ, ພ້ອມນີ້ວັດແສນຍັງເປັນບ່ອນເກັບຮັກສາເຮືອຊ່ວງ ຈຳນວນສອງລໍາທີ່ໃຊ້ໄວ້ແຂ່ງຂັນໃນງານບຸນ ຊ່ວງເຮືອປະຈຳປີ.
- ເປີດທຸກມື້້ເລີ້ມຕັ້ງແຕ່ເວລາ 9:00 – 21:00 ໂມງ ເຂົ້າຊົມຟີ.
- ການເຂົ້າເຖິງ: ວັດແສນຕັ້ງຢູ່ຖະໜົນສັກກະລິນ ຖັດຈາກສູນ ອອກ ພົບ ຕົກ.
ວັດອາຮາມ
ວັດອາຮາມ ຖືກສ້າງຂື້ນຄັ້ງທຳອິດໃນປີ 1527 ເຊິ່ງວັດໃນປັດຈຸບັນ ຖ້າຫວນຄືນກັບໄປໃນປີ 1818 ແມ່ນມີທາດເກົ່າແກ່ສອງທາດຢູ່ໜ້າວັດ ທີ່ເກັບຮັກສາກະດູກຂອງຄົນທີ່ລິດເດດອິດທິພົນຈາກອາດີດ, ແຕ່ສິ່ງທີ່ເຮັດໃຫ້ວັດແຫ່ງນີ້ມີເອກກະລັກທີ່ໂດດເດັ່ນແມ່ນຮູບປັ້ນຍັກໃຫ່ຍສອງໂຕ ແລະ ຕົ້ມປາມຂະໜາດໃຫ່ຍທີ່ກວມເອົາພື້ນທີ່ໃນບໍລິເວນວັດ ຖ້າທ່ານກຳລັງຊອກຫາບ່ອນຍ່າງທີ່ຮົ່ມເຢັນຂອງວັດ ນີ້ແມ່ນສະຖານທີ່ ທີດີທີ່ສຸດ. ຕົ້ນໄມ້ນີ້ບໍ່ພຽງແຕ່ສວຍງາມເທົ່ານັ້ນ ແຕ່ມັນຍັງມີຄວາມໝາຍ ດ້ານວັດທະນະທຳຂອງເມືອງ ດັ່ງທີ່ປະຊາຊົນເຊື່ອກັນວ່າຕົ້ນໄມ້ນີ້ເປັນທີ່ຢູ່ອາໄສຂອງເທວະດາຫຼວງ ຫຼືເທບພະເຈົ້າຍາດາອາລັກ ຜູ້ທີ່ຄອຍປົກປັກຮັກສາຊາວເມືອງໃຫ້ຢູ່ເຢັນເປັນສຸກ, ກະສັດໃນອະດີດໄດ້ນຳເອົາເບ້ຍໄມ້ມາຈາກປະເທດອິນເດຍໃນປີ 1950 ແລະ ໄດ້ນຳມາປູກໃນພື້ນທີ່ວັດ.
- ເປີດທຸກມື້້ເລີ້ມຕັ້ງແຕ່ເວລາ 9:00 – 21:00 ໂມງ ເຂົ້າຊົມຟີ.
ວັດມະໂນລົມ
ນັກທ່ອງທ່ຽວສ່ວນຫຼາຍຈະເບິ່ງຂ້າມວັດມະໂນຣົມໄປ ຍ້ອນວັດນີ້ບໍ່ຕັ້ງຢູ່ໃກ້ກັບເສັ້ນທາງໃຫຍ່ ແຕ່ຄັ້ງໜຶ່ງ ວັດແຫ່ງນີ້ເຄີຍເປັນບ່ອນປະດິດສະຖານຂອງພະພຸດທະຮູບເກົ່າແກ່ທີ່ສຸດໃນປະເທດ ແລະເປັນທີ່ຮູ້ຈັກກັນດີໃນຊື່ພະບາງ, ເຊື່ອວ່າໄດ້ສ້າງຂື້ນໃນປີ 1378 ໃນໄລຍະທຳອິດອົງພະບາງມີນໍ້າໜັກ 12 ໂຕ່ນ ກ່ອນທີ່ອົງພະບາງຈະຖືກທຳລາຍບາງສ່ວນ ໃນລະຫວ່າງທີ່ຫໍ່ທຸງດຳເຂົ້າມາຮຸກຮານເມືອງ ໃນປີ 1887 ແລະ ໃນໄລຍະການຕໍ່ສູ້ໃນທ້າຍສັດຕະວັດທີ່ 19 ຝຣັ່ງເສດ-ສະຫຍາມ ມີຂ່າວລືກັນວ່າແຂນຂອງ, ມີຂ່າວລືວ່າແຂນຂອງພະພຸດທະເຈົ້າອົງດັ້ງເດີມຖືກຊາວຝຣັ່ງເສດຍຶດໄປຄອບຄອງ ແລະ ເມື່ອວັດຖືກບູລະນະສ້ອມແປງຄືນໃນປີ 1972 ແຂນໃໝ່ຂອງພະພຸດທະຮູບກໍ່ໄດ້ຖືກສ້າງຂື້ນດ້ວຍປູນຊີເມັນ ແລະ ຮູບປັ້ນຖືກຫໍ່ຫຸ້ມເພື່ອປົກປັກຮັກສາໄວ້ໃນອານາຄົດ.
- ເປີດບໍລິການທຸກມື້ ເວລາ 8:00 – 17:00 ເຂົ້້າຊົມຟີ
- ການເຂົ້າເຖິງ: ວັດມະໂນ ຕັ້ງຢູ່ທິດຕາເວັນຕົກສ່ຽງໃຕ້ຂອງໃຈກາງເມືອງ ຖັດຈາກໂຮງແຮມບ້ານລາວ.
ວັດທາດຫຼວງ
ວັດທາດຫຼວງ ຫຼືເອີ້ນວ່າວັດເຈດີຫຼວງ ເຊິ່ງມີສາຍພົວພັນອັນເລິກເຊິ່ງກັບພະລາສະວົງ(ເຈົ້່າຊີວິດ) ເຊື່ອກັນວ່າເປັນວັດທຳອິດຂອງຫຼວງພະບາງທີ່ເຄີຍຕັ້ງຢູ່ນີ້. ເຊິ່ງຕັ້ງຢູ່ດ້ານຫຼັງສະໜາມກິລາເກົ່າທີ່ມີເນື້ອທີ່ກວ້າງ ຂວາງ ຫຼືເອີ້ນວ່າເດີ່ນທາດຫຼວງ, ອາຄານວັດໃນປະຈຸບັນໄດ້ຖືກສ້າງຂຶ້ນໂດຍເຈົ້າຊີວິດມັງທາລາດໃນປີ 1818 ເຖິງປີ 1975, ສະຖານທີ່ດັ່ງກ່າວໃນເມື່ອກ່ອນແມ່ນຖືກນຳໃຊ້ເປັນບ່ອນຝັງສົບ ແລະການຈູດເຜົາສົບຂອງຜູ້ນຳສູງສຸດຂອງປະເທດ, ເນື່ອງຈາກວັດນີ້ມີພະສົງ ແລະ ສຳມະເນນອາໄສຢູ່ເປັນຈຳນວນຫຼາຍ ຈື່ງເປັນສະຖານທີ່ ທີນິຍົມສຳລັບການໄປເບີ່ງພິທີກຳທາງສາສະໜາ ແລະຊີ ວິດປະຈຳວັນຂອງພະສົງ, ສຳມະເນນ, ຢູ່ດ້ານໜ້າຂອງວັດມີຫໍຄອຍສູງ ໃນເວລາ 4 ໂມງເຊົ້າຂອງມື້ຂື້ນ 15 ຄໍ່າ ແລະ ມື້ແຮມ 15 ຄໍ່າ ສຳມະເນນຈະຕີກອງຫຼວງ, ຖ້າທ່ານມາທ່ຽວຊົມໃນຊ່ວງເດືອນສິງຫາ-ກັນຍາ ກ່ອນງານບຸນຊ່ວງເຮືອປະເພນີ ທ່ານຈະໄດ້ເຫັນປະ ຊາຊົນທ້ອງຖິ່ນສ້ອມແປງເຮືອ ແລະ ການແຕ້ມລວດລາຍເຮືອຂອງນັກສີພາຍ.
- ເປີດບໍລິການທຸກມື້ ເວລາ 8:00 – 17:00 ເຂົ້້າຊົມຟີ
- ການເຂົ້າເຖິງ: ວັດທາດຫຼວງ ຕັ້ງຢູ່ດ້ານຫຼັງຂອງເດີ່ນທາດຫຼວງ.
ວັດພະບາດໃຕ້
ການປະສົມປະສານຂອງສະຖາປັດຕະຍະກຳລາວ ແລະຫວຽດນາມ ວັດທີ່ມີຄວາມງົດງາມແຫ່ງນີ້ເປັນວັດໜື່ງ ໃນບັນດາວັດທີ່ມີເອກະລັກສະເພາະທີ່ສຸດໃນຫຼວງພະບາງ. ພາຍໃນວັດປະກອບດ້ວຍຫ້ອງໂຖງໃຫຍ່ ເຊິ່ງເປັນຫ້ອງນັ່ງສະມາທິ, ຫ້ອງໂຖງສີ່ຫລ່ຽມເປັນບ່ອນປະດິດສະຖານຂອງພະພຸດທະຮູບນອນສີທອງ. ຢູ່ທາງຫລັງຂອງວັດທ່ານຈະເຫັນຂັ້ນໄດຍ່າງໄປຫາລະບຽງຂະໜາດນ້ອຍທີ່ສາມາດເບີ່ງເຫັນແມ່ນໍ້າຂອງ ເຊິ່ງເໜາະສຳລັບເບີ່ງພະອາທິດອັດສະດົງ ແລະໃນດ້ານດຽວກັນທ່ານຈະເຫັນຮອຍຕີນພະພຸດທະບາດຂະໜາດໃຫ່ຍ ແລະ ຖໍ້າຄອນກຣີດຂະໜາດນ້ອຍທີ່ສ້າງຂື້ນເພື່ອປົກຫຸ້ມ, ປະຊາຊົນມັກຈະມາຂໍພອນທີ່ນີ້.
- ເປີດບໍລິການທຸກມື້ ເວລາ 8:00 – 17:00 ເຂົ້້າຊົມຟີ
- ການເຂົ້າເຖິງ: ວັດພະບາດໃຕ້ ຕັ້ງຢູ່ທາງໄປນໍ້າຕົກຕາດກວາງສີ.
ວັດສຸວັນນະຄີລີ

ສ້າງໂດຍພະຍາຈັນເທບ ເມື່ອ ຄ.ສ 1737 ໃນລາຊະສະໄໝພຣະເຈົ້າອິນທະໂສມ ຕໍ່ມາຊາວບ້ານໃນບໍລິເວນໃກ້ຄຽງວັດໄດ້ຮ່ວມກັນບູລະນະຂຶ້ນມາໃໝ່ດັ່ງທີ່ເຫັນໃນປະຈຸບັນ ພຣະອຸໂປສົດ ມີລັກສະນະຄ້າຍວັດທາດຫຼວງ ແຕ່ມີຂະໜາດນ້ອຍກວ່າ, ແບ່ງອອກເປັນ 3 ຫ້ອງຕາມຍາວ ແລະ 6 ຫ້ອງຕາມຂວາງ ໂຫ່ງທີ່ເປັນຮູບນາກນັ້ນມີລວດລາຍຈືດຈາງ ປະຕູທຸກດ້ານມີຂັ້ນໄດທາງຂຶ້ນ ຍົກເວັ້ນທາງທິດໃຕ້ຊຶ່ງໄດ້ທຸບອອກຕອນບູລະນະໃນປີ ຄ.ສ 1960 ດ້ານຂ້າງທາງທິດໃຕ້ມີພະ ທາດອົງໜຶ່ງມີຖານເປັນຮູບສີ່ຫລ່ຽມ.
ວັດໜອງ

ວັດໜອງ ສີຄູນເມືອງ ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງນະຄອນຫຼວງພະບາງ ເຊິ່ງຕິດກັບໂຮງຮຽນວິຈິດສິນ, ຖືກສ້າງຂື້ນໃນປີ ຄ.ສ ໑໗໒໙ ໂດຍເຈົ້າຫ້າງ ໃນລາດຊະການແຜນດິນຂອງພະເຈົ້າອົງນົກ, ພຸດທະສິມມາຂອງວັດນີ້ເປັນຮູບແບບທຳມະດາ, ຫຼັງຄາຊ້ອນເປັນສາມຖ້ານ ປະດັບດ້ວຍຍອດຊໍ່ຟ້າ ໑໗ ຍອດ ແລະໂງ່ຫົວນາກ, ທາງພື້ນຝາພະໜັງປະດັບປະດາດ້ວຍດອກດວງທີ່ແກະສະຫຼັກຜອກຄຳໃນສີລະປະແບບລາວບູຮານທີ່ດັ້ງເດີມ, ອາຄານປະກອບມີ ອາຣາມ, ກຸດຕິສົງ, ຫໍກອງ, ຫໍໄຫວ, ຫໍແຈກ, ອູບມົງ.
ວັດຫໍສ່ຽງ

ວັດຫໍ່ສ່ຽງ ຕັ້ງຢູ່ໃຈກາງນະຄອນຫຼວງພະບາງ ທາງທິດເໜືອຕິດກັບໂຮງແຮມອາວານີ, ທາງທິດໃຕ້ຕິດກັບວັດທາດນ້ອຍ, ສ້າງຂຶ້ນໃນສະໄໝພະເຈົ້າໄຊເສດຖາທິລາດ ຄ.ສ 1548, ເຊັ່ນດຽວກັນກັບວັດພະມະຫາທາດ (ວັດທາດນ້ອຍ), ພຸດທະສິມມາຂອງວັດນີ້ເປັນຮູບແບບທຳມະດາ, ຫຼັງຄາເປັນສາມຖ້ານ ປະດັບດ້ວຍຍອດຊໍ່ຟ້າ, ໂງ່ຫົວນາກ ແລະ ດອກດວງພອກຄຳທີ່ສວຍງາມໃນຮູບແບບສີລະປະອັນປານີດຂອງສະກຸນຊ່າງຫຼວງພະບາງ, ທາງດ້ານໜ້າປະດັບດ້ວຍຮວງເຜິ້ງ 3 ຮວງ, ສ່ວນທາງລຸ່ມປະຕູເຂົ້າແມ່ນມີນາກ 3 ຫົວຢູ່ສອງເບື້ອງ ແລະ ຍັງມີຂັ້ນໄດທາງຂື້ນສູ່ວັດມີຮູບປັ້ນຫຼໍ່ສັງເງືອກອົມພະຍານາກ, ອາຄານປະກອບມີ ອາຣາມ, ກຸດຕິສົງ, ຫໍແຈກ, ຫໍໄຫ້ວ, ອູບມົງ, ສາລາທຳ ແລະ ກຸດຕິແມ່ອອກຂາວ.
ວັດອາໄພ

ວັດອາໄພ ສ້າງຂຶ້ນໃນປີ ຄ.ສ 1529 ໂດຍພໍ່ຄ້າທີ່ມາຈາກທາງໃຕ້ ໃນສະໄໝເຈົ້າໂພທິສາລາດ ແຕ່ກ່ອນວັດນີ້ ມີຊື່ວ່າ ວັດໄຫໄພປາແດກ ຕໍ່ມາປ່ຽນຊື່ເປັນວັດອາໄພໃນປັດຈຸບັນ, ວັດນີ້ ຫັນໜ້າໄປທາງທິດຕະເວັນອອກສຽງເໜືອ ມີລັກສະ ນະຄ້າຍຄືກັບວັດໝື່ນນາ ດ້ານຫລັງມີພຣະທາດສີຄຳ ຊຶ່ງບູລະນະໃນປີ ຄ.ສ 1969 ແທນທີ່ຕັ້ງຂອງພະທາດອົງເກົ່າທີ່ພັງທະລາຍລົງ.
ວັດທາດນ້ອຍ

ວັດທາດນ້ອຍ ຕັ້ງຢູ່ໃຈກາງນະຄອນຫຼວງພະບາງໄປທາງທິດໃຕ້, ທາງທິດເໜືອຕິດກັບວັດຫໍສ່ຽງ, ທາງທິດໃຕ້ຕິດກັບວັດທາດຫຼວງ ເຊິ່ງສ້າງຂື້ນໃນປີ ຈ.ສ 910, ພ.ສ 2091 ກົງກັບ ຄ.ສ 1548 ໂດຍພະເຈົ້າໄຊຍະເສດຖາທິລາດ, ພຸດທະສິມມາຂອງວັດນີ້ເປັນຮູບແບບທຳມະດາ, ຫຼັງຄາຊ້ອນເປັນສາມເທີບ ປະດັບດ້ວຍໂງ່ຫົວນາກ ພື້ນຝາຜະໜັງດ້ານໜ້າປັ້ນນູນຕ່ຳດ້ວຍຊີມັງເລື້ອງສີທົນ-ມະໂນລາ ປະດັບດ້ວຍດອກດວງທີ່ແກະສະຫຼັກ ແລະພອກຄຳຢ່າງສວຍງາມແບບສີລະປະລາວບູຮານທີ່ດັ້ງເດີມ, ວັດແຫ່ງນີ້ເປັນໜື່ງໃນສະຖານທີ່ສຳຄັນໃນການຈັດພິທີກຳຕ່າງໆ ໂດຍສະເພາະການຈັດງານບຸນປີໃໝ່ລາວຈະມີຂະບວນແຫ່ຫວໍ່ປະຈຳປີມາຈັດຕັ້ງຢູ່ວັດທາດນີ້ ແລ້ວຈື່ງເຄື່ອນຍ້າຍຂະບວນແຫ່ຫວໍ່ໄປຫາວັດຊຽງທອງ, ອາຄານປະກອບມີ ອາຣາມ, ກຸດຕິສົງ, ຫໍແຈກ, ຫໍໄຫ້ວ, ອູບມົງ, ສາລາທຳ ແລະກຸດຕິແມ່ອອກຂາວ.
ວັດໂພນໄຊຊະນະສົງຄາມ

ສ້າງຂື້ນໃນປີ ຄ.ສ.1791 ໂດຍເຈົ້າອະນຸລຸດທະລາດ ຕາມປະຫວັດກ່າວວ່າ ເປັນປະເພນີ ທີ່ພະມະຫາກະສັດ ແຫ່ງນະຄອນຫຼວງພະບາງ ແລະ ເຫຼົ່າແມ່ທັບທັງຫຼາຍຕ້ອງມາເຮັດພິທີນະມັດສະການພະອົງຫຼວງ (ພະປະທານ) ເພື່ອຂໍພອນກ່ອນຈະອອກໄປຮົບທັບຈັບສຶກ ເພື່ອຊ່ວຍບັນດານໃຫ້ຊະນະສຶກ ສົງຄາມ, ໃນວັດແບ່ງເປັນ 3 ຫ້ອງຍາວ 4 ຫ້ອງຂວາງ, ພາຍຫຼັງຫ້ອງຂວາງພັງລົງ 2 ຫ້ອງ ຈື່ງໄດ້ບູລະນະຄືນ ໃໝ່ໝົດທັງຫລັງ.
ວັດຊຽງມ່ວນ

ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອ ຕິດກັບວັດຈູມຄ້ອງ, ວັດນີ້ສ້າງຂື້ນໂດຍພະຍາສີສົນໄຊ ໃນປີ ຈ.ສ 1215 ໃນລາດຊະການຂອງພະເຈົ້າຈັນທະລາດ, ພຸດທະສີມາຂອງວັດເປັນຮູບແບບທຳມະດາ ຫຼັງຄາຊ້ອນເປັນເທີ້ບບໍ່ມີຍອດຊໍ່ຟ້າ ມີແຕ່ໂງ່ຫົວນາກ, ຝາຜະໜັງທາງດ້ານໜ້າປະດັບດ້ວຍຮວງເຜິ້ງທີ່ແກະສະຫຼັກດອກດວງພອກຄຳທີ່ງົດງາມ ທັງຝາຜະໜັງໃນ ແລະນອກ, ສ່ວນທາງດ້ານຂ້າງປະດັບດ້ວຍແຂນນາງ, ວັດດັ່ງກ່າວນີ້ເປັນວັດທີ່ຕິດພັນກັບລາດຊະດອນມາແຕ່ດຶກດຳບັນໃນການຈັດພິທີກຳຕ່າງໆ ໃນຮີດ 12 ຄອງ 14 ຕາມປະເພນີຂອຊາວພຸດ, ອາຄານປະກອບມີ ອາຮາມ, ກຸດຕິສົງ, ຫໍໄຫ້ວ, ຫໍກອງ ແລະ ອູບມົງ.
ວັດປ່າໄຜ່ ມີໄຊຍາຣາມ

ສ້າງໂດຍພຣະເຈົ້າສຸລິຍະວົງສາ ໃນລະຫວ່າງປີ ຄ.ສ 1765-1791 ມີການບູລະນະພຣະອຸໂປສົດໃໝ່ ເກືອບທັງຫລັງໃນອີກ 200 ປີຕໍ່ມາ ລັກສະນະ ພຣະອຸໂປສົດເປັນແບບສິລະປະຫລວງພະບາງໂດຍທົ່ວໄປ ຫັນໜ້າໄປທາງທິດຕະເວັນອອກສຽງເໜືອ ໃນປີ ຄ.ສ 1930 ມີການຂະຫຍາຍວັດໂດຍສ້າງພຣະອຸໂປສົດ ອີກຫລັງໜຶ່ງຫັນໜ້າໄປທາງທິດຕະເວັນຕົກສຽງໃຕ້ ມີຂະໜາດນ້ອຍກວ່າພະອຸໂບສົດຫລັງເກົ່າ ທາງດ້ານທິດເໜືອມີ ພຣະທາດຄູ່ໜຶ່ງລັກສະນະເປັນຊົງແບບປາສາດ ສຳລັບສິມ ວັດປ່າໄຜ່ ນອກຈາກຈະງົດງາມອອນຊອນ ຍັງມີຄວາມງາມທີ່ສີ ແລະ ລວດລາຍແກະສະຫລັກພ້ອມປະດັບລາຍທອງເທິງຝາສີ ແດງ.
ວັດປາກຄານຄຳມຸງຄຸນ
ສ້າງໂດຍພະຍາຈັນເທບ ເມື່ອ ຄ.ສ 1737 ໃນລາຊະສະໄໝພຣະເຈົ້າອິນທະໂສມ ຕໍ່ມາຊາວບ້ານໃນບໍລິເວນໃກ້ຄຽງວັດໄດ້ຮ່ວມກັນບູລະນະຂຶ້ນມາໃໝ່ດັ່ງທີ່ເຫັນໃນປະຈຸບັນ ພຣະອຸໂປສົດ ມີລັກສະນະຄ້າຍວັດທາດຫຼວງ ແຕ່ມີຂະໜາດນ້ອຍກວ່າ, ແບ່ງອອກເປັນ 3 ຫ້ອງຕາມຍາວ ແລະ 6 ຫ້ອງຕາມຂວາງ ໂຫ່ງທີ່ເປັນຮູບນາກນັ້ນມີລວດລາຍຈືດຈາງ ປະຕູທຸກດ້ານມີຂັ້ນໄດທາງຂຶ້ນ ຍົກເວັ້ນທາງທິດໃຕ້ຊຶ່ງໄດ້ທຸບອອກຕອນບູລະນະໃນປີ ຄ.ສ 1960 ດ້ານຂ້າງທາງທິດໃຕ້ມີພະ ທາດອົງໜຶ່ງມີຖານເປັນຮູບສີ່ຫລ່ຽມ.
ຕາມການບອກເລົ່າວ່າ ຊື່ຂອງວັດແສນ ແມ່ນໄດ້ມາຈາກການບໍລິຈາກເງີນໜື່ງແສນກີບ(100.000 ກີບ) ເພື່ອໃຊ້ເຂົ້າໃນການກໍ່ສ້າງວັດ ໃນປີ 1818 ແລະ ມີການປະຕິສັງຂອນ ໃນປີ 1957 ເນື່ອງໃນໂອກາດຄົບຮອບ 2500 ປີຂອງການກຳເນີດພະພຸດທະເຈົ້າ, ພ້ອມນີ້ວັດແສນຍັງເປັນບ່ອນເກັບຮັກສາເຮືອຊ່ວງ ຈຳນວນສອງລໍາທີ່ໃຊ້ໄວ້ແຂ່ງຂັນໃນງານບຸນ ຊ່ວງເຮືອປະຈຳປີ.
- ເປີດທຸກມື້້ເລີ້ມຕັ້ງແຕ່ເວລາ 9:00 – 21:00 ໂມງ ເຂົ້າຊົມຟີ.
- ການເຂົ້າເຖິງ: ວັດແສນຕັ້ງຢູ່ຖະໜົນສັກກະລິນ ຖັດຈາກສູນ ອອກ ພົບ ຕົກ.
