5 ກິດຈະກໍາທ່ອງທ່ຽວທາງທໍາມະຊາດທີ່ໜ້າສົນໃຈ
ຫຼວງພະບາງຄືສະຫວັນຂອງຄົນຮັກທໍາມະຊາດ, ມີສະຖານທີ່ທ່ອງທ່ຽວທາງທໍາມະຊາດຫຼາກຫຼາຍ, ເໝາະສົມສໍາລັບພັກຜ່ອນທ່າມກາງທໍາມະຊາດ ເຊັ່ນ: ທ່ຽວຊົມນໍ້າຕົກຕາດ, ຍ່າງປ່າ, ປີນຜາ, ລອຍນໍ້າ ທ່ານຈະໄດ້ພົບກັບທໍາມະຊາດໄດ້ທີ່ນີ້.
1. ນໍ້າຕົກຕາດກວາງຊີ

ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ເປັນສະຖານທີ່ ທີ່ມະຫັດຈະຈັນທາງດ້ານທໍາມະຊາດ ທີ່ທ່ານບໍ່ຄວນພາດ ແລະ ຕ້ອງໄປໃຫ້ໄດ້, ສາມາດເຂົ້າທ່ຽວຊົມໄດ້ຕະຫຼອດປີ, ພົບກັບກິດຈະກໍາທາງທໍາມະຊາດ ເຊັ່ນ: ລອຍນໍ້າ, ຍ່າງທ່ຽວຊົມທິວທັດບໍລິເວນນໍ້າຕົກຕາດ, ເບິ່ງໝີທີ່ ສູນອານຸລັກໝໂດຍໄດ້ຮັບການສະໜັບສະໜູນຂອງອົງການກຸສົນອອກສເຕເລຍທີ່ມອບໃຫ້ ມີໝີຈໍານວນ 30 ກວ່າໂຕ ເອົາໄວ້ໃນສູນອຸດທິຍານນໍາ້ຕົກຕາດກວາງຊີໃຫ້ທ່ານໄດ້ຊົມ.
2. ສວນອຸດທິຍານແມງກະເບື້ອ (ຕາດກວາງຊີ)

300 ແມັດ ຈາກຕາດກວາງຊີຂຶ້ນໄປ ເປັນສວນແມງກະເບື້ອທີ່ຢູ່ໃນອຸດທິຍານນໍ້າຕົກຕາດກວາງຊີ ມີຄວາມສວຍງາມ ມີແມງກະເບື້ອຫຼາຍກວ່າ 100 ຊະນິດ, ນອກນີ້ ຍັງມີຮ້ານກາເຟນ້ອຍໆ ແບບຢູໂຣບ ແລະ ແບບລາວຄອຍໃຫ້ບໍລິການນັກທ່ອງທ່ຽວ, ມີສະປາໃຫ້ໄດ້ຜ່ອນຄາຍ, ຖ້າທ່ານມີເວລາ ກໍຢ່າລືມໄປທ່ຽວທີ່ນີ້.
ຂໍ້ມູນເພີ່ມເຕີມສວນອຸດທິຍານນໍ້າຕົກຕາດກວາງຊີ
3. ອຸດທິຍານນໍ້າດົງ

ໃຜທີ່ມັກຄວາມຕື່ນເຕັ້ນ ບໍ່ຄວນພາດສະຖານທີ່ນີ້! ສວນນໍ້າດົງ ຫ່າງຈາກນະຄອນ ຫຼວງພະບາງພຽງ 10 ກິໂລແມັດ, ມີສະຖານທີ່ຮົ່ມເຢັນຫຼາຍບ່ອນສຳລັບນັ່ງຊົມທິວທັດທຳມະຊາດ, ຈຸດໃຈກາງຂອງສວນນໍ້າດົງຈະຕ້ອງຍ່າງຜ່ານສວນດອກໄມ້ກູຫຼາບ ແລະ ສວນຜັກປອດສານພິດ, ສູນນວດແບບບູຮານ, ມີບ່ອນຫຼິ້ນກິດຈະກໍາໂອ່ນສະລິງ, ສະຖານທີ່ປິກນິກ, ມີສະລອຍນໍ້າຫລາຍແຫ່ງທີ່ປອດໄພ ແລະ ສາມາດເຮັດກິດຈະກໍາທາງທໍາມະຊາດທີ່ທ່ານຕ້ອງການ.
ຂໍ້ມູນເພີ່ມເຕີມອຸດທິຍານນໍ້າດົງ
4. ສວນພຶກສາສາດ ຜາດັດແກ້

สມີພືດຫລາຍຊະນິດທີ່ແຕກຕ່າງກັນໃນການຄົ້ນຫາ ແລະ ສຳຫລວດ, ລວມທັງໃນສວນຂີງມີຂີງ 280 ຊະນິດ ແລະຕົ້ນ ໄມ້ທີ່ເປັນຢາໃນສວນພຶກສາສາດ ຜາຕັດແກ້ ໄດ້ແບ່ງອອກເປັນເຂດທີ່ແຕກຕ່າງກັນເຊັ່ນ: 'ພືດສຳລັບສຸຂະພາບຂອງແມ່ ຍິງ’ ແລະ 'ພືດສຳລັບສຸຂະພາບຜິວ’ ມີຮ້ານອາຫານທີ່ສາມາດກິນອາຫານ ແລະເພີດເພີນໄປກັບທິວທັດທຳມະຊາດສີ ຂຽວໃນເວລາດຽວກັນ ກັບກິດຈະກຳເສີມ ທີ່ກ່ຽວຂ້ອງກັບການປູກພືດສວນຄົວ, ສາມາດຈ່ອງລວງໜ້າໄດ້, ມີການອະ ທິບາຍກ່ຽວກັບດອກເອື້ອງ ໃນສວນກ້າເບ້ຍໄມ້ ແລະ ຫັດຖະກຳໄມ້ໄຜ່. ສຳລັບຂໍ້ມູນເພີ່ມເຕີ່ມ ກົດທີ່ນີ້.
5. ນໍ້າຕົກຕາດແສ້

ນໍ້າຕົກຕາດແສ້ ມີລັກສະນະເປັນນ້ໍ້າຕົກຂະໜາດນ້ອຍເປັນຊັ້ນໆ. ພື້ນທີ່ອ້ອມຮອບນໍ້າຕົກມີພື້ນທີ່ ທີ່ຖືກສ້າງຂື້ນມາໃໝ່ ທີ່ແຕກຕ່າງຈາກນໍ້າຕົກຕາດກວາງຊີ. ມີດາດຟ້າຂ້າມນໍ້າຕົກ ທີ່ທ່ານສາມາດພັກຜ່ອນໄດ້ ແລະ ມ່ວນຊື່ນໄປກັບສຽງຂອງນໍ້າຕົກ, ພ້ອມນີ້ຢູ່ໃກ້ໆກັນຍັງມີແຄ້ມຊ້າງໃຫ້ນັກທ່ອງທ່ຽວໄປທ່ຽວຊົມ, ໃຫ້ອາຫານຊ້າງ ແລະ ຂີ່ຊ້າງໄດ້.