ຄວາມຫຼາກຫຼາຍທາງດ້ານວັດທະນະທໍາ

ຄວາມຫຼາກຫຼາຍທາງດ້ານວັດທະນະທໍາ


ລາວມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ວິຖີຊີວິດ ແລະ ສິລະປະ ທັງໝົດນີ້ມີຢູ່ທີ່ຫຼວງພະບາງ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີ 18 ແຂວງ ແລະ 1 ນະຄອນຫຼວງ, ມີເນື້ອທີ່ 236,800 ກິໂລຕາແມັດ, ແຕ່ເໜືອຮອດໃຕ້ມີຄວາມຍາວປະມານ 1,162 ກິໂລແມັດ, ມີປະຊາກອນປະມານ 7 ລ້ານຄົນ, ມີ 49 ຊົນເຜົ່າທີ່ຖືກແບ່ງອອກຢ່າງເປັນທາງການ ມີສີ່ພາສາຫລັກ, ໃນນັ້ນສ່ວນໃຫຍ່ແມ່ນເປັນພາສາລາວ ສະເລ່ຍປະມານ 55% ຂອງພົນລະເມືອງທັງໝົດ ແລະ ເກືອບເຄິ່ງໜຶ່ງຂອງປະຊາກອນແມ່ນປະກອບດ້ວຍຊົນເຜົ່າຍ່ອຍ.

ການຈັດໝວດໝູ່ຂອງກຸ່ມຊົນເຜົ່າໄດ້ຖືກຄົ້ນຄິດຂື້ນໃນປີ 1950, ແບ່ງອອກເປັນ 3 ເຜົ່າໂດຍອີງໃສ່ທີ່ຢູ່ອາໄສຂອງພວກເຂົາເຊັ່ນ: ຊົນເຜົ່າລາວລຸ່ມ (ກຸ່ມຄົນທີ່ອາໄສຢູ່ໃນເຂດທົ່ງພຽງ), ເຜົ່າກື່ມມຸ (ກຸ່ມຄົນທີ່ຢູ່ເທິງພູ) ແລະ ເຜົ່າມົ້ງ (ຜູ້ອາໄສຢູ່ໃນພູສູງ) ລະບົບນີ້ຈະບໍ່ຖືກນຳໃຊ້ຢ່າງເປັນທາງການອີກຕໍ່ໄປ, ຢ່າງໃດກໍ່ຕາມເງື່ອນໄຂດັ່ງກ່າວຈະຍັງຄົງເປັນທີ່ນິຍົມຢູ່ ແລະໄດ້ຍິນເປັນປົກກະຕິຈົນເຖິງປັດຈຸບັນນີ້ ແຕ່ການໃຊ້ຊື່ຊົນເຜົ່າສະເພາະແມ່ນມີຄວາມສຳຄັນກວ່າເຊັ່ນ: ເຜົ່າມົ້ງ, ອາຄ່າ, ຫລືເຜົ່າຂະມຸ.

ໃນ 49 ຊົນເຜົ່າທີ່ແຕກຕ່າງກັນນີ້, ມີປະເພນີ, ສາດສະໜາ ແລະ ວິຖີຊີວິດທີ່ແຕກຕ່າງກັນ. ຍົກຕົວຢ່າງເຊັ່ນປະເພນີຂອງຊົນເຜົ່າລາວລຸ່ມອາໄສຢູ່ເຮືອນເທິງເສົາໄມ້ຕາມແຄມແມ່ນໍ້າ, ໄຫວ້ພະພຸດພະຮູບ ແລະ ວິນຍານ, ການເຮັດໄຮ່ ແລະ ນາເຂົ້າແມ່ນອາຊີບຫຼັກ. ແຕ່ປະເພນີຂອງຊາວເຜົ່າມົ້ງ ດຳລົງຊີວິດຢູ່ໃນເຮືອນໄມ້ຕິດໜ້າດິນ ແລະ ຫລັງຄາມຸງຫຍ້າ ນັບຖືບູຊາວິນຍານ ແລະ ບັນພະບຸລຸດ, ເຮັດການກະເສດ ແລະ ປູກເຂົ້າໄຮ່ເປັນອາຊີບຕົ້ນຕໍ.

ຢູ່ໃນແຂວງຫຼວງພະບາງທ່ານຈະພົບເຫັນຫຼາຍຊົນເຜົ່າທີ່ແຕກຕ່າງກັນເຊັ່ນ:


ເຜົ່າກຶມມຸ

ຊົນເຜົ່າກຶມມຸມັກຈະສະກົດເປັນຂະມຸ ເປັນຊົນເຜົ່າທີ່ໃຫຍ່ທີ່ສຸດໃນແຂວງຫຼວງພະບາງ, ພວກເຂົາຈະຖືກຍອມຮັບສຳລັບຄວາມຮູ້ກ່ຽວກັບປ່າໄມ້ ການເກັບເອົາເຄື່ອງປ່າຂອງດົງ ແລະເຫັດປ່າມາເປັນອາຫານ ແລະຢາປົວພະຍາດ. ການນຳໃຊ້ໄມ້ໄຜ່, ຫວາຍ ແລະ ໄມ້ເຄືອເພື່ອສານກະຕ່າ, ກະເປົາ ແລະເຄື່ອງໃຊ້ອື່ນໆໃນຄົວເຮືອນ. ປະເພນີຂອງເຜົ່າກື່ມມຸ ພວກເຂົາມີຄວາມເຊື່ອວິນຍານ, ນັບຖືຜີ ແລະ ຕູບຫໍໄມ້ໄຜ່ຖືເປັນເຄື່ອງທີ່ເຄົາລົບບູຊາ ຖືກນຳໄປຫ້ອຍ ຫຼືຕັ້ງຢູ່ຕໍ່ໜ້າເຮືອນ ເພື່ອກັກຂັງວິນຍານຊົ່ວຮ້າຍໃຫ້ຢູ່ໃນຕູບນັ້ນ.

lunagprabang_festival_khmu_newyear

ເຜົ່າມົ້ງ

ເຜົ່າມົ້ງແມ່ນເປັນທີ່ຮູ້ຈັກສຳລັບການປັກຖັກແສ່ວທີ່ລະອຽດອ່ອນ ແລະ ປານີີ້ດ, ຜ້າຝ້າຍທີ່ເຮັດດ້ວຍມື ແລະອອກແບບລວດລາຍຜ້າທີ່ສະລັບຊັບຊ້ອນ, ເຊິ່ງມັກຈະຂາຍຢູ່ຕະຫຼາດກາງຄືນໃນຫຼວງພະບາງ. ການສະເຫລີມສະຫລອງປີໃໝ່ຂອງເຜົ່າມົ້ງແມ່ນຈັດຂື້ນໃນເດືອນທັນວາ ຫລືມັງກອນ. ສະເຫຼີມສະຫຼອງໃນ ໜຶ່ງ ອາທິດຫຼືເຖິງ 10 ວັນ ແລະ ເປັນປະເພນີທີ່ສຳຄັນສຳລັບຊາວໜຸ່ມໃນການຊອກຫາຄູ່ຄອງ. ປະເພນີຂອງຊາວເຜົ່າມົ້ງຈະອາໄສ ແລະ ດຳລົງຊີວິດຢູ່ໃນເຮືອນໄມ້ຕິດພື້ນດິນ ແລະ ຫລັງຄາມຸງດ້ວຍຫຍ້າ.

ເຜົ່າໄຕ

ຊົນເຜົ່າໄຕ, ລວມທັງຊົນເຜົ່າໄຕລາວ ເປັນຊົນເຜົ່າກຸ່ມໃຫຍ່ໃນປະເທດລາວ. ປະເພນີຂອງເຜົ່າໄຕລາວ ຈະອາໄສຢູ່ໃນເຮືອນໄມ້ເທິງເສົາຫີນຕາມແຄມແມ່ນໍ້າ. ເຄົາລົບບູຊາພຸດທະສາສະໜາ ແລະ ວິນຍານ. ການເຮັດໄຮ່ ແລະ ນາເຂົ້າແມ່ນອາຊີບຫຼັກ. ຊົນເຜົ່າໄຕ ລວມມີເຜົ່າໄຕດຳ ແລະເຜົ່າໄຕແດງ.

ເຜົ່າອີ້ວມຽນ (ຫຼືຢ້າວມຽນ)

ເຜົ່າຢ້າວມຽນ (Lu Yao Mien)
ຊົນເຜົ່າອີ້ວມຽນ ໄດ້ອົບພະຍົບມາຈາກປະເທດຈີນ ແລະໄດ້ດຳລົງຊີວິດຢູ່ໃນປະເທດລາວເປັນເວລາ 200 ກວ່າປີ, ໄດ້ນຳເອົາປະເພນີຂອງລັດທິເຕົ່າ ແລະ ວິທີການຂຽນພາສາຈີນມານຳ. ແມ່ຍິງເຜົ່າອີ້ວມຽນ ແມ່ນເກັ່ງຫຼາຍໃນການຍິບປັກຖັກແສ່ວເຊັ່ນ: ໂສ້ງ, ຜ້າມັດແອວ, ກະເປົາ ແລະ ໝວກທີ່ມີສີສັນລວດລາຍທີ່ເປັນຮູບພາບຮອຍຕີນຂອງສັດ ແລະພືດ. ເຄື່ອງນຸ່ຂອງງຜູ້ຍິງຊາວອີ້ວມຽນມີຜ້າປົກຫົວ ແລະ ເສື້ອກັນໜາວ ພ້ອມສາຍຄໍສີແດງ.

ຊົນເຜົ່າພູນ້ອຍ

ຊົນເຜົ່າພູນ້ອຍແມ່ນວົງຂະນາຍາດດຽວກັນກັບຊາວເຜົ່າຂະແມ ແລະມີຫຼາຍສຸດໃນແຂວງຜົ້ງສາລີທາງພາກເໜືອສຸດຂອງປະເທດລາວ. ພວກເຂົາເຮັດກະສິກຳໄຮ່ເຂົ້າ ແລະປະເພນີ ເຊື່ອຖືວ່າຊີວິດແມ່ນເກີດມາຈາກວິນຍານ. ເຄື່ອງນຸ່ງຫົ່ມຂອງເຜົ່າພູນ້ອຍແບບດັ້ງເດີມແມ່ນຜ້າຝ້າຍທີ່ເຮັດດ້ວຍມືສີດຳນໍ້ານິນ, ຖືກປະດັບດ້ວຍຜ້າສີແດງສົດໃສ.


ເຜົ່າລື້

ວັດແມ່ນຫົວໃຈຂອງໝູ່ບ້ານສຳລັບປະຊາຊົນເຜົ່າລື້ຜູ້ທີ່ນັບຖືສາດສະໜາພຸດ. ແມ່ຍິງໄທລື້ແມ່ນເປັນທີ່ຮູ້ຈັກໃນການຕໍ່າຜ້າຝ້າຍ ແລະ ຜ້າໄໝດ້ວຍມື. ເຮືອນສ່ວນໃຫຍ່ມີເຄື່ອງຕໍ່ຫູກ ເພື່ອນຳໃຊ້ເຂົ້າໃນການຜະລິດຜ້າແພ. ບ້ານຜານົມ ບ້ານໄຕລື້ຕັ້ງຢູ່ຊານເມືອງຫຼວງພະບາງ ມັນເປັນໝູ່ບ້ານຕໍ່າຫູກເກົ່າແກ່ ແລະ ຍັງເປັນຜູ້ຜະລິດແຜ່ນແພທີ່ເຮັດດ້ວຍມືທີ່ສຳຄັນ ທີ່ສະໜອງໃຫ້ແກ່ຕະຫລາດ ແລະ ຮ້ານຂາຍເຄື່ອງໃນເມືອງ.

ກ່ຽວກັບນະຄອນຫຼວງພະບາງ


ກ່ຽວກັບຫຼວງພະບາງ

ສູນກາງດ້ານສາສະໜາ

ເມືອງມໍລະດົກໂລກ

ການເຄື່ອນໄຫວຂອງແຂວງ