event-calendar Lao

ປະຕິທິນການທ່ອງທ່ຽວ


ເທດສະການ ແລະ ງານບຸນ ໃນ 12 ເດືອນ

4


ເດືອນເມສາ

ບຸນປີໃໝ່ລາວ

ປະເພນີປີໃໝ່ລາວ ເປັນເທດສະການໜຶ່ງທີ່ສໍາຄັນທີ່ສຸດໃນປະຕິທິນທ່ອງທ່ຽວປະຈໍາປີ, ເປັນຊ່ວງເວລາແຫ່ງການສະເຫຼີມສະຫຼອງ ແລະເບີກບານມ່ວນຊື່ນ, ປີໃໝ່ລາວເປັນວັນພັກຍາວ ຈັດຂຶ້ນໃນລະວ່າງ ວັນທີ 13-16 ເມສາ ຂອງທຸກປີ, ໃນການສະເຫຼີມສະຫຼອງບຸນປີໃໝ່ນັ້ນ ຕາມປະເພນີແລ້ວ ບຸນປີໃໝ່ລາວທີ່ຫຼວງພະບາງມີວັນທີ່ສໍາຄັນຄື ວັນທີ 13 ເມສາ ຈະມີການເປີດຕະຫຼາດນັດ (ເລາະລາດ) ຢູ່ຖະໜົນໃຈກາງເມືອງ, ມີຜູ້ຄົນຈໍານວນຫຼາຍນ ມາທ່ຽວຊົມ ຈັບຈ່າຍໃຊ້ສອຍ ເຊັ່ນ: ຊື້ເຄື່ອງນຸ່ງຕ່າງໆ, ສັດນ້ອຍບໍ່ວ່າຈະເປັນ ຫອຍ, ປູ, ປາ, ນົກ ແລະອື່ນໆເພື່ອນໍາໄປ່ປ່ອຍ.

ຈາກນັ້ນກໍໄດ້ມີພິທີຕົບພະທາດຊາຍທີ່ດອນຊາຍມົງຄຸນ (ເມືອງຈອມເພັດ), ຕອນແລງຊາວບ້ານກໍພາກັນໄປອາບນໍ້າຂອງ ເພື່ອຊໍາລະລ້າງຮ່າງກາຍ ລ້າງສິ່ງທີ່ບໍ່ດີໃນປີເກົ່າອອກໄປຈາກຮ່າງກາຍຕາມຄວາມເຊື່ອ, ວັນທີ 14 ເມສາ ມີຂະບວນແຫ່ນາງສັງຂານທັງເຈັດ ພ້ອມອັນເຊີນພະຍາກະບິນລະພົມ, ຂະບວນແຫ່ເລີ່ມຈາກວັດທາດນ້ອຍໄປຫາວັດຊຽງທອງ, ເປັນຂະບວນແຫ່ທີ່ສວຍສົດງົດງາມເປັນຕາອອນຊອນ, ວັນທີ 15 ເມສາ ຜູ້ຄົນສະເຫຼີມສະຫຼອງປີໃໝ່ຕາມປົກກະຕິ ແລະ ວັນທີ 16 ຂະບວນແຫ່ນາງສັງຂານຈາກວັດຊຽງທອງກັບຄືນມາຍັງວັດທາດນ້ອຍ, ເທດສະການປີໃໝ່ລາວທີ່ຫຼວງພະບາງເປັນເທດສະການທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທົ່ວທຸກມູມໂລກ ຜູ້ຄົນໃຫ້ຄວາມສົນໃຈເປັນພິເສດ.

5


ພຶດສະພາ

ບຸນວິສາຂະບູຊາ

ເປັນວັນຄ້າຍວັນເກີດເຫດການທີ່ສໍາຄັນທາງສາສະໜາພຸດ 3 ເຫດການດ້ວຍກັນຄື: ການປະສູດ, ຕັດສະລູ້ ແລະປະລິນິພານຂອງພະພຸດພະພເຈົ້າ, ທັງສາມເຫດການໄດ້ເກີດຂຶ້ນໃນມື້ 15 ຄໍ່າ ເດືອນ 6 ວັນເພັງ ຊາວຈຶ່ງເອີ້ນວັນລວມການເຫດການອັດສະຈັນ ແລະ ຮ້ອງວ່າ ວັນວິສາຂະບູຊາ.

ບຸນບັ້ນໄຟ

ປະເພນີບຸນບັ້ງໄຟ ຈະຈັດຂຶ້ນກ່ອນລະດູຝົນ ເປັນປະເພນີທີ່ສືບທອດກັນມາຕັ້ງແຕ່ບູຮານ ເຊິ່ງເປັນເທດສະການທີ່ມ່ວນຊື່ນ, ມີຂະບວນການແຫ່ບັ້ງໄຟທີ່ສວຍງາມ, ຫຼັງຈາກຂະບວນແຫ່ບັ້ງໄຟແລ້ວກໍມີການຈູດບັ້ງໄຟຂຶ້ນຟ້າ ເພື່ອສື່ສານກັບເທວະດາໃນການຂໍຝົນລົງມາສູ່ໄຮ່ນາ, ໃຫ້ມີຄວາມອຸດົມສົມບູນໃຫ້ແກ່ພືດຜັກຕາມຄວາມເຊື່ອ, ງານປະເພນີນີ້ຈັດຂຶ້ນຢູ່ເມືອງນານ, ໃຊ້ເວລາເດີນທາງປະມານ 1 ຊົ່ວໂມງເຄິ່ງ ຈາກນະຄອນ ຫຼວງພະບາງ.

7


ກໍລະກົດ

ບຸນເຂົ້າພັນສາ

ບຸນເຂົ້າພັນສາຈັດຂຶ້ນໃນມື້ຂຶ້ນ 15 ຄໍ່າ ເດືອນ 8 ເປັນເດືອນທີ່ພະສົງສໍາມະເນນຈໍາພັນສາຢູ່ວັດຕະຫຼອດສາມເດືອນ ຈະບໍ່ໄປຄ້າງຄືນຢູ່ອື່ນ, ຍົກເວັ້ນກໍລະນີທີ່ຈຳເປັນເທົ່ານັ້ນ, ໃນມື້ທໍາອິດມີການປະກອບພິທີທາງສາສະໜາ, ມີການເຮັດບຸນຕາມວັດຕ່າງໆ ໃນຕອນເຊົ້າ.

8


ສິງຫາ

ບຸນຊ່ວງເຮືອ ແລະ ຫໍ່ເຂົ້າປະດັບດິນ

ໃນຕອນເຊົ້າຂອງມື້ແຮມ 14 ຄໍ່າ ເດືອນ 9 ຈະມີພິທີຫໍ່ເຂົ້າປະດັບດິນ ເປັນການເຮັດບຸນກຸສົນໄປໃຫ້ບັນພະບູລຸດຜູ້ທີ່ລ່ວງລັບໄປແລ້ວ, ມີຫໍ່ທີ່ບັນຈຸຊີ້ນປາອາຫານຕ່າງໆ ສໍາລັບທານຫາດວງວິນຍານຜູ້ທີ່ລ່ວງລັບໄປ ເອົາຢາຍໄວ້ຕາມແຄມທາງ, ຕາມພື້ນດິນ ຈຶ່ງເປັນທີ່ມາຂອງ ບຸນຫໍ່ເຂົ້າປະດັບດິນ. ໃນມື້ດຽວກັນນີ້ ມີຂະບວນການຊ່ວງເຮືອຕາມປະເພນີທີ່ເຄີຍມີມາ ເຊິ່ງໃນອາດີດການແຂ່ງເຮືອແມ່ນເຮັດເພື່ອກຽມຄວາມພ້ອມໃນຍາມມີເສິກສົງຄາມຕາມສະພາບການຕ່າງໆ, ຕໍ່ມາກໍມີຫຼາຍແຂວງເຮັດກິດຈະກໍາການແຂ່ງເຮືອ ເພື່ອສ້າງຄວາມສາມັກຄີມ່ວນຊື່ນ. ສໍາລັບແຂວງຫຼວງພະບາງແລ້ວ ມື້ຊ່ວງເຮືອຈະມີຜູ້ຄົນໜາແໜ້ນຫຼັ່ງໄຫຼເຂົ້າມາຮ່ວມກິດຈະກໍາ ຈຶ່ງເຮັດເສັ້ນທາງມີຄວາມແອອັດ ແລະ ມີການຈັດສັນເສັ້ນທາງການຈະລາຈອນ ໂດຍສະເພາະເສັ້ນທາງລຽບຕາມແຄມແມ່ນໍ້າຄານ, ການຊ່ວງເຮືອຈະມີເຮືອຈາກໝູ່ບ້ານພາຍໃນແຂວງເຂົ້າຮ່ວມເປັນຈໍານວນຫຼາຍ, ບາງຄັ້ງກໍມີເຮືອມາຈາກຕ່າງແຂວງເຂົ້າຮ່ວມນຳ, ມີບັນດາບໍລິສັດເຂົ້າມາສະໜັບສະໜູນເຮືອດັ່ງກ່າວ ຫຼື ສົ່ງເຮືອເຂົ້າມາແຂ່ງຂັນນຳ ເຊິ່ງຜູ້ຊະນະຈະໄດ້ຮັບລາງວັນ.

9


ກັນຍາ

ບຸນຫໍ່ເຂົ້າສະຫຼາກ

ມື້ຂຶ້ນ 15 ຄໍ່າ ເດືອນ 10 ຈັດຂຶ້ນເພື່ອອຸທິດສ່ວນກູສົນໃຫ້ກັບຜູ້ທີ່ລ່ວງລັບໄປແລ້ວ, ວິນຍານທີ່ເລື່ອນລອຍ ຫຼື ຜີເປດ, ບຸນຫໍ່ເຂົ້າສະຫຼາກ ຈະຫ່າງຈາກບຸນບຸນຫໍ່ເຂົ້າປະດັບດິນ 15 ວັນ, ການເຮັດບຸນນີ້ຜູ້ໃຫ້ທານຈະເອົາຂອງກິນລົງໃນກວຍເຂົ້າສະຫຼາກ ຈາກນັ້ນກໍເອົາສະຫຼາກໃບໜຶ່ງພ້ອມທັງຂຽນຊື່ຜູ້ໃຫ້ທານ ແລະ ເນື້ອໃນທີ່ຕ້ອງການອຸທິດບຸນໄປຫາດວງວິນຍານຕ່າງໆ ແລ້ວກໍນໍາໄປໄວ້ທີ່ວັດ ເພື່ອເຄນໃຫ້ພະສົງໄດ້ອ່ານສະຫຼາກຕາມລໍາດັບ.

10


ຕຸລາ

ບຸນອອກພັນສາ (ໄຫຼເຮືອໄຟ)

ມີການໃສ່ບາດ, ນຳເອົາເຂົ້າປາອາຫານ ໄປຖວາຍພະສົງ, ສໍາມະເນນ, ຖວາຍຜ້າໄຕ, ປະສາດເຜີ້ງທີ່ເຮັດດ້ວຍໄມ້ໄຜ່ ແລະມີການຕົກແຕ່ງຢ່າງສວຍງາມ, ຕອນຄໍ່າກໍມີຂະບວນແຫ່ປະສາດເຜິ້ງ ເພື່ອຸທິດສ່ວນກຸສົນໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວ. ພິເສດ ຫຼວງພະບາງ ຈະມີງານປະກວດເຮືອໄຟ, ຫຼັງຈາກປະກວດແລ້ວກໍນໍາເຮືອໄຟໄປໄຫຼລົງສູ່ແມ່ນໍ້າ, ຈາກນັ້ນກໍມີການລອຍກະໂທງ, ສ່ວນນະຄອນຫຼວງວຽງຈັນມະການຊ່ວງເຮືອຕາມປະເພນີ.

12


ທັນວາ

ບຸນປີໃໝ່ເຜົ່າກຶມມຸ

ບຸນປີໃໝ່ເຜົ່າກຶມມຸ ເປັນງານບຸນຂອງຊົນເຜົ່າອີກຊົນເຜົ່າໜຶ່ງທີ່ໃຫຍ່ໃນລາວ, ພວກເຂົາຍັງໄດ້ອາໄສຢູ່ພາກຕາເວັນຕົກຂອງສ່ຽງໃຕ້ຂອງຈີນ, ບາງພາກຂອງປະເທດໄທ ແລະຫວຽດນາມ, ແຕ່ລະປີ ພວກເຂົາກໍມາເຕົ້າໂຮມກັນໃນເດືອນທັນວາ ເພື່ອສະເຫຼີມສະຫຼອງບຸນປີໃໝ່, ໃນແຂວງຫຼວງພະບາງການສະເຫຼີມສະຫຼອງຂອງແຕ່ລະບ້ານກໍມີຄວາມແຕກຕ່າງກັນ, ມີການໃສ່ຊຸດຊົນເຜົ່າແບບດັ້ງເດີມ, ຫຼິ້ນກິດຈະກຳຮ່ວມກັນ, ດື່ມເຫຼົ້າໄຫ ເຊິ່ງເປັນຊ່ວງເວລາທີ່ດີທີ່ສຸດແຫ່ງປີ, ສະແດງໃຫ້ເຫັນຮີດຄອງປະເພນີຂອງເຜົ່າກຶມມຸ, ໃນພິທີຈະເລີ່ມຕົ້ນຈາກການບາສີສູ່ຂວັນ, ຂັບລໍາ ແລະຟ້ອນ. ເຜົ່າກຶມມຸມີຈຸດພິເສດແມ່ນການເຮັດເຫຼົ້າໄຫ ທີ່ມີການໝັກ, ເກັບຮັກສາໄວ້ໃນໃຕ້ດິນ ຫຼືບ່ອນມືດ ເປັນເວລາຫຼາຍເດືອນ ເພື່ອໃຫ້ໄດ້ລົດຊາດທີ່ດີ, ເສດສະການບຸນປີໃໝ່ນີ້ຈຶ່ງເໝາະສົມທີ່ສຸດໃນການດື່ມເຫຼົ້າໄຫ ແລະກິນເຂົ້າສາມັກຄີຮ່ວມກັນ.

ບຸນປີໃໝ່ມົ້ງ

ເປັນມື້ຂຶ້ນປີໃໝ່ຂອງເຜົ່າມົ້ງ, ເຜົ່າມົ້ງຈະມາເຕົ້າໂຮມກັນ ແລະຫຼິ້ນກິດຈະກໍາຕ່າງໆຮ່ວມກັນ ເຊັ່ນ: ໂຍນໝາກຄອນ, ສະແດງສິລະປະຮ້ອງເພັງ, ຟ້ອນ, ຂັບລໍາ. ກິດຈະກໍາທີ່ມີຄວາມນິຍົມແມ່ນການໂຍນໝາກຄອນ ເພື່ອໃຫ້ຄູ່ບ່າວສາວໄດ້ທຳຄວາມຮູ້ຈັກລື້ງເຄີຍກັນ ແລະເປັນກິດຈະກໍາທີ່ມີສີສັນໃນເທດສະການປີໃໝ່, ນອກນີ້ກໍຍັງມີພິທີກຳທາງສາສະໜາຕ້ອນຮັບປີໃໝ່, ຂໍພອນຈາກສິ່ງສັກສິດ ແລະຜູ້ອາວຸໂສ ເພື່ອສືບທອດຮີດຄອງປະເພນີຂອງຊົນເຜົ່າ.

ງານປີໃໝ່ສາກົນ (ເຄົ້າດາວ)

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ ໄດ້ສະໜັບສະໜູນໃນການຈັດງານເທດສະການເຄົ້າດາວ ເພື່ອສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ຕາມປະຕິທິນ, ທຸກຄົນສາມາດເຂົ້າຮ່ວມງານໄດ້ ທັງຄົຍລາວ ແລະຄົນຕ່າງປະເທດ, ສະຖານທີ່ຈັດງານແມ່ນຕະຫຼາດຊົນເຜົ່າ ຫຼື ບໍລິເວນຕະຫຼາດກາງຄືນໃກ້ກັບສໍານັກງານທ່ອງທ່ຽວແຂວງ.

1


ມັງກອນ

ບຸນຄຸນລານເຂົ້າ

ການເຮັດບຸນປະເພນີສູ່ຂວັນເຂົ້າເປັນປະເພນີເກົ່າແກ່ມາແຕ່ດົນນານ, ເປັນການສະແດງເຖິງຄຸນຄ່າຂອງເຂົ້າ ຫຼື ບຸນຄຸນເຂົ້າ, ການເຮັດບຸນປະເພນີດັ່ງກ່າວນີ້ ຊາວບ້ານຈະບໍ່ໄດ້ເຮັດພ້ອມກັນ ເຊິ່ງຂຶ້ນຢູ່ກັບແຕ່ລະທ້ອງຖິ່ນ, ອີງຕາມຜົນຂອງການເກັບກ່ຽວຊ້າ ຫຼື ໄວ, ແຕ່ໄດ້ກຳນົດປະເພນີນີ້ໄວ້ໃນເດືອນຍີ່ ຫຼື ເດືອນໜຶ່ງລາວຂອງທຸກໆປີ, ເມື່ອຮອດເດືອນຍີ່ ຮອດມື້ນັດໝາຍທີ່ຈະຈັດງານ ຊາວບ້ານກໍໄດ້ພາກັນເລົ່າຍາດຕິພີ່ນ້ອງໃຫ້ມາຮ່ວມ, ນິມົນພະສົງມາສູດ, ເສັດພິທີແລ້ວກໍຖວາຍພັນຍາຫານແກ່ພະສົງ, ຫຼັງຈາກພະສົງໃຫ້ພອນກໍນໍາເອົານໍ້າມົນໄປຫົດສົງກອງເຂົ້າ ແລະເຮັດພິທີບາສີສູ່ຂັວນ ເພື່ອເປັນສີຣິມົງຄຸນແກ່ເຂົ້າ.

2


ກຸມພາ

ປະເພນີບຸນເຂົ້າຈີ່ (ມາຂະບູຊາ)

ບຸນເຂົ້າຈີ່ເປັນຊ່ວງເທດສະການວັນມາຂະບູຊາ, ຊາວບ້ານຈະມາຮ່ວມກັນໃສ່ບາດໃນຕອນເຊົ້າ, ຕອນຄໍ່າມີການວຽນທຽນ, ຊາວບ້ານເຕົ້າໂຮມກັນຢູ່ວັດ ເພື່ອເຮັດພິທີງັນໄມ້ເຂົ້າຈີ່, ມີການໄຫວ້ພະຮັບສິນ, ສູດມົນ, ຕອນເຊົ້າມີພິທີໃສ່ບາດດ້ວຍເຂົ້າຈີ່ ຫຼື ພັນຍາຫານອື່ນໆຖວາຍແກ່ພະສົງ, ເມື່ອພະສົງສັນຮຽບຮ້ອຍແລ້ວ ກໍມີການຟັງເທດ ແລະຮັບພອນ.