ກິດຈະກໍາຖີບລົດ ເພື່ອສົ່ງເສີມການທ່ອງທ່ຽວ ເມືອງປາກອູ
ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຖີບລົດ ເພື່ອສົ່ງເສີມການທ່ອງທ່ຽວ ຢູ່ທີ່ ເມືອງປາກອູ, ຊຶ່ງໄດ້ຮ່ວມກັບ ຫ້ອງການ ຖວທ ເມືອງປາກອູ ແລະສາມສະມາຄົມ, ບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ, ຄາລາໂອເກະ, ຮ້ານນວດ ແລະສະປາ ແລະສະມາຄົມຜູ້ນໍາທ່ຽວ ຈະໄດ້ຈັດກິດຈະກໍາຖີບລົດ ເພື່ອສົ່ງເສີມການທ່ອງທ່ຽວສີຂຽວ ແລະເສັ້ນທາງທ່ອງທ່ຽວສີຂຽວ ທີ່ເມືອງປາກອູ ວັນທີ 29 ມັງກອນ 2022.
