ຄໍາແນະນໍາການທ່ອງທ່ຽວ
ຄໍາແນະນໍາໃນການເດີນທາງທ່ອງທ່ຽວ
ເງື່ອນໄຂຂອງນັກທ່ອງທ່ຽວ ເດີນທາງເຂົ້າມາແຂວງຫຼວງພະບາງ
1. ອານຸຍາດໃຫ້ພົນລະເມືອງຂອງບັັນດາປະເທດທີ່ໄດ້ຮັບອານຸຍາດໃຫ້ເດີນທາງເຂົ້າມາຕາມລະບຽບການຂອງ ສປປລາວ ນັ້ນ, ສາມາດເດີນທາງເຂົ້າມາທ່ອງທ່ຽວພາຍໃນແຂວງຫຼວງພະບາງໄດ້ເປັນປົກກະຕິ, ແຕ່ຕ້ອງປະຕິບັດຕາມຄໍາແນະນໍາຕ່າງໆ ທີ່ທາງ ສປປ ລາວ ແລະ ທາງແຂວງໄດ້ກໍານົດໄວ້;
2. ນັກທ່ອງທ່ຽວທີ່ເດີນທາງເຂົ້າມາທ່ອງທ່ຽວ ຢູ່ ແຂວງຫຼວງພະບາງ ຕ້ອງໄດ້ມີໃບຢັ້ງຢືນການສັກຢາວັກຊີນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດແຂວງຫຼວງພະບາງແມ່ນຈະບໍ່ມີການກວດຕົວຢ່າງຫາເຊື້ອໂຄວິດ-19 ຢູ່ສະໜາມບິນ ຫຼື ດ່ານຊາຍແດນສາກົນອີກ. ສ່ວນນັກທ່ອງທ່ຽວພາຍໃນປະເທດທີ່ມີໃບຢັ້ງຢືນການສັກຢາວັກຊີນຄົບໂດສ ແມ່ນສາມາດເດີນທາງເຂົ້າມາທ່ຽວໄດ້ປົກກະຕິ.
3. ການປັບປຸງສະຖານທີ່ແຫຼ່ງທ່ອງທ່ຽວ (ສໍາລັບພາກທຸລະກິດ ຜູ້ປະກອບການ), ໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ ແລະອື່ນໆ ທີ່ຕິດພັນກັບການທ່ອງທ່ຽວ ແມ່ນໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບ, ປະຕິບັດຕາມຄໍາແນະນໍາທີ່ທາງສະເພາະກິດວາງອອກ ໂດຍສະເພາະມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ເພື່ອຮັບປະກັນດ້ານຄວາມປອດໄພ.
ການເຂົ້າ-ອອອກ
- ສະໜາມບິນສາກົນຫຼວງພະບາງ
- ສະຖານີລົດໄຟລາວ-ຈີນ
- ດ້ານທີ່ໄດ້ຮັບອານຸຍາດໃຫ້ເດີນທາງເຂົ້າ-ອອກທຸກດ່ານ.