ພຸດທະສາສະໜາ
ພຸດທະສາສະໜາ
ຍ່າງຜ່ານວັດເກົ່າແກ່ບູຮານ ຟັງເທດຟັງທຳ ເຂົ້າຮ່ວມພິທີທາງພຸດທະສາສະໜາ ເຊິ່ງປະຊາຊົນໄດ້ປະຕິບັດມາເປັນເວລາຫລາຍສັດຕະວັດແລ້ວ.
ປະເພນີການໃສ່ບາດ
ການໃສ່ບາດ ແມ່ນປະເພນີທາງພຸດທະສາສະໜາຂອງຄົນລາວ ທີ່ສືບທອດປະຕິບັດກັນມາຄຽງຄູກັບຄົນລາວເປັນເວລາດົນນານ. ທຸກໆເຊົ້າປະຊາຊົນຈະເອົາເຂົ້າປາອາຫານມາໃສ່ບາດໃຫ້ແກ່ພະສົງ ແລະສຳມະເນນ ຕາມໃນຕົວເມືອງຫຼວງພະບາງ.
ວັດຊຽງທອງ
ວັດຊຽງທອງຖືກສ້າງຂຶ້ນໃນປີ 1560 ໃນສະໄໝເຈົ້າໄຊເສດຖາທິລາດ ໃນຮູບແບບຫຼວງພະບາງແທ້ໆ ແລະມີຫລັງຄາສະລັບຊັບຊ້ອນລຽນກັນເປັນຊັ້ນໆຢ່າງສະຫງ່າງາມ ແລະ ຮູບພາບຝາວັດທີ່ເປັນສີລະປະຄວາມຫຼູຫຼາຕິດແກ້ວທັງໝົດເວລາເໝາະສົມທີ່ສຸດທີ່ຈະໄປຢ້ຽມຊົມວັດນີ້ ແລະຖ່າຍຮູບແມ່ນໃນເວລາຕອນເຊົ້າ.
ວັດວິຊຸນນະຣາດ
ສ້າງຕັ້ງຂື້ນໃນປີ 1512 ໃນສະໄໝຂອງເຈົ້າຊີວິດວິຊຸນນະລາດ (1501-1520), ລູກຕິ່ງໄມ້ປ່ອງຢ້ຽມຂອງວັດແກະສະລັກ ຄືກັບວັດພູຈຳປາສັກ ທີ່ຢູ່ທາງທິດ ໃຕ້ຂອງປະເທດລາວ ພາຍໃນວັດທ່ານສາມາດເຫັນຮູບປັ້ນເກົ່າແກ່ ແລະ ແຜ່ນຈາລຶກຫີນ ຕັ້ງຢູ່ໃນບໍລິເວນຂອງວັດ, ນອກນີ້ຍັງມີພະທາດປະທຸມ ແລະ ເປັນທີ່ຈັກກັນອີກຊື່ໜື່ງເອີ້ນວ່າພະທາດໝາກໂມ ເນື່ອງຈາກຮູບຮ່າງຂອງມັນຄ້າຍຄືກັບໝາກໂມ.
ວັດໃໝ່
ຊື່ຂອງວັດແຫ່ງນີ້ ມັນໄດ້ມາຈາກເຈົ້າຊີວິດມັນທຸລາດ ໃນປີ 1821 ຍ້ອນມີການບູລະນະປະຕິສັງຂອນວັດຄືນໃໝ່ ຈື່ງໄດ້ຕັ້ງຊື່ວັດແຫ່ງນີ້ວ່າ: ວັດໃໝ່, ເມື່ອທ່ານໄປທ່ຽວຊົມວັດນີ້ ທ່ານຈະສັງເກດເຫັນຫລັງຄາ 4 ຊັ້ນ ລວມທັງເລື່ອງລາວຈາກຊີວິດປະຈຳວັນ ແລະ ນິທານຂອງພະເວດສັນດອນ ຢູ່ເທິງຝາວັດ.
ວັດໂພນເພົາ
ວັດປ່າໂພນພະເພົາມີຄວາມສວຍງາມທີ່ແຕກຕ່າງຈາກວັດອື່ນໆໃນຫຼວງພະບາງ, ມີຈຸດເດັ່ນດ້ານທັດສະນິຍະພາບຂອງວັດ ເຊິ່ງຕັ້ງຢູ່ເທິງພູສູງສາມາດເບິ່ງເຫັນໄດ້ຈາກໃຈກາງເມືອງ ສ່ອງແສງດ້ວຍສີທອງຕະຫຼອດວັນ, ອາຄານວັດປະກອບດ້ວຍລະບຽງ ທີ່ມີແປດຫຼ່ຽມສວຍງາມ ແລະ ວົງປ່ອງຢ້ຽມປະດັບປະດາ-ຍອດແຫຼມຂອງອາຄານເປັນສີຄໍາ ພາຍໃນວັດທ່ານຈະພົບເຫັນຮູບແຕ້ມທີ່ເຕັມໄປເລື່ອງລາວຕ່າງໆ.
ວັດຈອມເພັດ
ຕັ້ງຢູ່ອີກຟາກໜຶ່ງ ຂອງຫຼວງພະບາງ ທ່ານສາມາດເພີດເພີນໄປກັບການຫາຍໃຈໃນກິ່ນອາຍຂອງເມືອງມໍລະດົກໂລກ ການໄປທ່ຽວຊົມວັດນີ້ທ່ານຈະຕ້ອງຂຶ້ນຂັ້ນໄດ 123 ຂັ້ນ ແຕ່ມັນກໍ່ຄຸ້ມຄ່າຫຼາຍ, ວັດແຫ່ງນີ້ສ້າງໂດຍຄົນໄທໃນປີ ຄ.ສ 1888 ຢູ່ອ້ອມຮອບມີທິວທັດທຳມະຊາດທີ່ສວຍງາມຫຼາຍ, ເໝາະສົມສຳລັບການຖ່າຍພາບແມ່ນໍ້າຂອງ ແລະ ຕົວເມືອງຫຼວງພະບາງ, ມີພະທາດສອງໜ່ວຍ ທີ່ໃຊ້ເປັນບ່ອນເກັບກະດູກພັນລະຍາຂອງອະດີດກະສັດແຫ່ງຊາດລາວ.
ວັດໃນເມືອງຈອມເພັດ
ຄົ້ນຫາມົນສະເໜ່ຂອງວັດໃນເມືອງຈອມເພັດ ແລະ ເພີດເພີນໄປກັບທັດສະນີຍະພາບແຄມຝັ່ງແມ່ນໍ້າຂອງ, ຕາມເສັ້ນທາງມີບັນດາວັດທີ່ເກົ່າແກ່ຫຼາຍແຫ່ງ ເຊັ່ນ: ວັດຊຽງແມນ, ວັດລ້ອງຄູນ, ຖໍ້າສັກກະລິນ, ວັດໜອງສະແກ້ວ ແລະ ວັດອື່ນໆ ກັບເສັ້ນທາງທີ່ສະດວກສະບາຍທ່າມກາງທິວທັດທໍາມະຊາດທີ່ຖືກປົກຄຸມໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ ແລະ ຮົ່ມເຢັນດີ.
ວັດອື່ນໆ
ຍັງມີບັນດາວັດວາອາຮາມທີ່ສໍາຄັນ ແລະ ໜ້າທ່ຽວຊົມອີກຫຼາຍແຫ່ງ ຢູ່ຕົວເມືອງມໍລະດົກໂລກແຫ່ງນີ້