ການເຂົ້າເຖິງ
ການເຂົ້າເຖິງ
ທາງອາກາດ
ສະໜາມສາກົນຫຼວງພະບາງ ຫ່າງຈາກຕົວເມືອງພຽງ 4 ກິໄລແມັດ, ເປັນສະໜາມບິນທີ່ສ້າງຂຶ້ນໃໝ່, ມີພື້ນທີ່ກ້ວາງຂວາງ ສະດວກສະບາຍ, ເປີດໃຫ້ບໍລິການໃນປີ 2013 ທ່ານຈະໄດ້ພົບກັບປະສົບການສໍາລັບການເດີນທາງ ທາງອາກາດ ບໍ່ວ່າຈະເຂົ້າ ຫຼື ອອກ ກໍສາມາດໃຊ້ບໍລິການໄດ້ຢ່າງສະດວກສະບາຍ.
- ຖ້ຽວບິນຫຼວງພະບາງແມ່ນ (LPQ).
- ຖ້ຽວບິນລະຫວ່າງປະເທດມີ: ຮາໂນ້ຍ, ຊຽງໃໝ່, ບາງກອກ, ສຽມຣຽບ, ຊຽງຮຸ່ງ, ສິງກາໂປ, ອິນຊອນ, ກວາງໂຈ ແລະ ກົວລາລໍາເປີ.
- ຖ້ຽວບິນພາຍໃນປະເທດມີ: ຫຼວງພະບາງ-ນະຄອນຫຼວງວຽງຈັນ, ຫຼວງພະບາງ-ປາກເຊ.
ການເດີນທາງໄປ-ກັບ ຈາກຕົວເມືອງຫາສະໜາມບິນ
- ຈາກສະໜາມບິນ: ອັດຕາຄ່າລົດຮັບ-ສົ່ງສະໜາມບິນ ລາຄາປະມານ 50,000 ກີບ ສົ່ງເຖິງທີ່ພັກຂອງທ່ານ, ທ່ານສາມາດຊື້ປີ້ລົດຢູ່ເຄົາເຕີທາງອອກຂອງສະໜາມບິນ ເພາະທາງສະໜາມບິນບໍ່ອະນາຍາດໃຫ້ລົດ ຕຸກຕຸກ ເຂົ້າໄປຮັບຢູ່ພາຍໃນສະໜາມບິນໄດ້.
- ໄປສົ່ງສະໜາມບິນ: ໃຊ້ເວລາປະມານ 15 ນາທີ, ສໍາລັບການນໍາສົ່ງໄປຫາສະໜາມບິນ ທ່ານສາມາດນໍາໃຊ້ ລົດຂອງໂຮງແຮມ ຫຼື ເຮືອນພັກ ທີ່ສາມາດຈັດຫາໃຫ້ໄດ້, ລາຄາປະມານ 50,000-60,000 ກີບ.
ທາງລົດ
ລວງພະບາງ ມີສະຖານີຂົນສົ່ງລົດໂດຍສານຢູ່ 2 ສະຖານີຫຼັກໆ ຄື: ສະຖານີລົດໂດຍສານສາຍໃຕ້ ແລະ ສາຍເໜືອ, ທັງສອງສະຖານີສາມາດເດີນໄປທັງພາກໃຕ້ ແລະ ພາເໜືອໄດ້, ນອກຈາກນີ້ ຍັງເດີນທາງໄປຕ່າງປະເທດນຳ ເຊັ່ນ: ປະເທດໄທ, ຈີນ ແລະ ຫວຽດນາມ.
ທາງເຮືອ
ເຮືອນັກທ່ອງທ່ຽວຈາກຫຼວງພະບາງໄປເຖິງ ຊຽງຂອງ ຊຽງໃໝ່ (ພາກເໜືອຂອງປະເທດໄທ) ແລະ ສາມາດເດີນທາງໄປບ່ອນອື່ນໆ ຕາມເສັ້ນທາງຫຼັກແມ່ນໍ້າຂອງ ຕາມທີ່ທ່ານຕ້ອງການ. ອອກຈາກຫຼວງພະບາງໄປຫາປະເທດໄທ ໃຊ້ເວລາ ປະມານ 2 ວັນ 2 ຄືນ ເປັນຈຸດເດັ່ນໜຶ່ງສໍາລັບການເດີນທາງໂດຍເຮືອ ເປັນການພັກຜ່ອນ, ຊົມທິວທັດທໍາມະຊາດສອງຝັ່ງແມ່ນໍ້າຂອງ ສໍາຜັດບັນຍາກາດຕາມທໍາມະຊາດ…
ລົດໄຟ
ສະຖານີລົດໄຟລາວ-ຈີນ ຫຼວງພະບາງ ຕັ້ງຢູ່ບ້ານພິກ ຫ່າງຈາກຕົວເມືອງ ປະມານ 15 ກິໂລແມັດ ຫຼື 30 ນາທີ, ເປັນສະຖານີລົດໄຟທີ່ສ້າງຂຶ້ນໃໝ່, ມີພື້ນທີ່ກວ້າງຂວາງໃນການຮອງຮັບຜູ້ໂດຍສານ, ທ່ານສາມາດເດີນທາງດ້ວຍລົດຕູ້ປະຈໍາທາງ ຫຼື ສະຖະນານີລົດຕູ້ ບ້ານນາຫຼວງ.
ເວລາເປີດໃຫ້ບໍລິການ:
- 09:00-10:30
- 12:00-13:40
- 17:00-18:40
ລາຄາປີ້ໂດຍສານ
