ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ
ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ
Cartoons by Chongkham Phonkeo
- ສໍາລັບຄົນລາວແລ້ວ ຫົວຖືວ່າເປັນພາກສ່ວນທີ່ສໍາຄັນທີ່ສຸດ ແລະ ຕີນ ເປັນພາກສ່ວນທີ່ຕໍ່າສຸດ, ການໃຊ້ຕີນຊີ້ບອກຄວາມຕ້ອງການຂອງຕົນ ເປັນສິ່ງທີ່ຄົນລາວຍອມຮັບບໍ່ໄດ້.
- ພະສົງ, ສໍາມະເນນ ເປັນບຸກຄົນທີ່ຄົນລາວໃຫ້ຄວາມເຄົາລົບນັບຖືທີ່ສຸດ ຫ້າມບໍ່ໃຫ້ແມ່ຍິງແຕະຕ້ອງຖືກຄີງພະສົງ ສໍາມະເນນເດັດຂາດ ເພາະເປັນການເຮັດຜິດສິນ ແລະ ຂະນົບທໍທນຽມ.
- ການເຂົ້າວັດ ໃຫ້ປະຕິບັດຕາມຂະນົບທໍານຽມ ຮີດຄອງປະເພນີລາວຢ່າງເຂັ້ມງວດ, ຄວນປົດເກີບ, ໝວກ ແລະ ນັ່ງເປັນລະບຽບເມື່ອເວລາເຄົາລົບພະພຸດພະຮູບ ແລະ ພິທີການຕ່າງໆທາງສາສະໜາ.
- ນັກທ່ອງທ່ຽວທີ່ດີ ບໍ່ຄວນເສບສິ່ງເສບຕິດຢູ່ພາຍໃນ ສປປ ລາວ.
- ບໍ່ຄວນນໍາເອົາສິ່ງຂອງສ່ວນຕົວໃຫ້ບຸກຄົນອື່ນ ເພາະເປັນການສົ່ງເສີມການຂໍທານ, ຖ້າທ່ານຕ້ອງການບໍລິຈາກຄວນຕິດຕໍ່ເຈົ້າໜ້າທີ່ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເປັນທາງການ.
- ຄົນລາວບໍ່ນິຍົມເວົ້າສຽງດັງ ແລະ ບໍ່ມັກປະທະ, ກະລຸນນາຢ່າໃຊ້ສຽງ ຫຼື ຂຶ້ນສຽງໃນເວລາສົນທະນາ.
- ກ່ອນຖ່າຍຮູບ ຄວນຂໍອະນາສາດກ່ອນ ເພື່ອສະແດງມາລະຍາດທີ່ດີ.
- ການແຕ່ງກາຍສຸພາບ ເປັນການປະພຶດທີ່ດີ.
- ຈົ່ງຊ່ວຍກັນປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາ.
- ບໍ່ຄວນກອດ, ຈູບກັນໃນສະຖານທີ່ທາງດ້ານວັດທະນະທໍາ.
- ຊ່ວຍອຸດໜູນ ແລະ ສົ່ງເສີມຜະລິດຕະພັນທ້ອງຖິ່ນ ເພື່ອເປປັນການສົ່ງເສີມໃຫ້ແກ່ຊາວບ້ານ.
- ນັກທ່ອງທ່ຽວທີ່ດີຕ້ອງນຸ່ງຫົ່ມດ້ວຍເຄື່ອງແຕ່ງກາຍທີ່ສະອາດ ແລະ ເປັນລະບຽບຮຽບຮ້ອຍ.
- ບໍ່ຄວນຊື້ວັດຖຸບູຮານເກົ່າແກ່ຈາກບຸກຄົນ ຫຼື ຮ້ານຂາຍເຄື່ອງທີ່ລະນຶກ.
- ພະພຸດພະຮູບເປັນສິ່ງທີ່ຄົນລາວສັກກະລະບູຊາ ກະລຸນາສະແດງຄວາມເຄົາລົບດ້ວຍການນຸ່ງເຄື່ອງທີ່ສຸພາບໃນເວລາທ່ຽວຊົມວັດວາອາຮາມ ແລະ ຖ່າຍຮູບ.
- ທຸກຄັ້ງທີ່ຍ່າງກາຍໜ້າ ຫຼື ຫຼັງຂອງຄົນທີ່ນັ່ງຢູ່ ກະລຸນາກົ້ມຕົວລົງລເັກນ້ອຍຕາມຄວາມເໝາະສົມ.
- ບໍ່ຄວນເປືອຍກາຍ ຫຼື ໃສ່ເສື້ອນ້ອຍໃນສະຖານສາທາລະນະ.
- ກະລຸນາປົດເກີບທຸກຄັ້ງກ່ອນເຂົ້າເຮືອນຂອງຄົນລາວ.
- ປະເທດລາວມີສະຖານສັກກະລະບູຊາໃນສະຖານທີ່ຕ່າງໆ ຈໍານວນຫຼວງຫຼາຍ ກະລຸນາຢ່າແຕະຕ້ອງ ຫຼື ເຂົ້າໄປໃນສະຖານທີ່ດັ່ງກ່າວກ່ອນໄດ້ຮັບອະນາຍາດ.
- ກະລຸນາຊ່ວຍກັນຮັກສາຄວາມສະອາດ ແລະ ຄວາມສວຍງາມໃນປະເທດລາວ, ບໍ່ຖິ້ມຂີ້ເຫຍື້ອຊະຊາຍຕາມສະຖານທີ່ສາທາລະນະ.
- ຊ່ວຍກັນອຸດໜູນຜະລິດຕະພັນຫັດຖະກໍາອັນສວຍງາມ ແລະ ມີຄຸນນະພາບ ຖືເປັນການສົ່ງເສີມ ແລະ ອານຸລັກສິລະປະວັດທະນະທໍາລາວ.