ການຊື້ເຄື່ອງ
ຖ້າທ່ານຢູ່ໃນຕະຫຼາດຫັດຖະກໍາຂອງອາຊີຕາເວັນອອກສ່ຽງໃຕ້ແທ້ໆ ຖືວ່າຫາໄດ້ຍາກທີ່ຈະຄິດຫາສະຖານທີ່ດີໆແບບຫຼວງພະບາງ, ມີຄວາມໂດດເດັ່ນທາງດ້ານແຜ່ນແພ, ຄວາມຫຼາກຫຼາຍຂອງປະເພດແຜ່ນແພ ທັງຮູບແບບ ແລະເຕັກນິກໃນການຕໍ່າແຜ່ນແພ.

ຕະຫຼາດກາງຄືນ
ຕັ້ງຢູ່ທາງຮ່ອມນ້ອຍໆ ດ້ານຫຼັງຂອງສໍານັກງານທ່ອອງທ່ຽວ, ຂະໜານກັບເສັ້ນທາງແຄມຂອງ, ຕະຫຼາດແຫ່ງນີ້ເປັນສະຖານທີ່ ທີ່ທ່ານຈະໄດ້ເຫັນອາຫານການກິນຂອງທ້ອງຖິ່ນທີ່ດີທີ່ສຸດ.
ຕະຫຼາດເຊົ້າ
ຕັ້ງຢູ່ໃກ້ກັບຖະໜົນສາຍຫຼັກໃຈກາງເມືອງ ທາງຮ່ອມຂ້າງວັດໃໝ່ ຕາມເສັ້ນນ້ອຍຂະໜານກັບເສັ້ນທາງສີສະຫວ່າງວົງ ແລະ ເສັ້ນທາງແຄມຂອງ ໄປທາງຫໍພິພິດຕະພັນ
ເປີດເວລາ 6:00 ພາຍຫຼັງໃສ່ບາດແລ້ວ ແລະ ປິດ ເວລາ10:30.
ມີອາຫານເກືອບທຸກຊະນິດວາງຂາຍ, ອາຫານສົດໆ ເຊັ່ນ: ຜັກ, ໝາກໄມ້, ຊີ້ນ ແລະ ອື່ນໆ, ມີເຂົ້າໜົມຫວານແບບພື້ນເມືອງກໍສາມາດຊອກຫາຊື້ໄດ້ທີ່ນີ້, ນອກນີ້ ກໍຍັງມີເຄື່ອງປຸງອາຫານລາວອີກຫຼາກຫຼາຍຊະນິດ.





ຕະຫຼາດດາຣາ
ຕັ້ງຢູ່ໃຈກາງເມືອງ ເບື້ອງຂວາມືສີ່ແຍກຂອງຖະໜົນ ກິ່ງກິດສະລາດ ແລະຖະໜົນຣາດຊະວົງ.
ເປີດທຸກວັນ ເວລາ 8:30-15:00 ໂມງ.
ຕະຫຼາດນີ້ເປັນຕະຫຼາດເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງຫຼວງພະບາງ, ເປັນສະຖານທີ່ ທີ່ດີຫຼາຍສໍາລັບການຊອກຊື້ເຄື່ອງນຸ່ງ ເສື້ອ, ໂສ້ງ, ສີ້ນທຸກຢ່າງແບບດັ້ງເດີມ ຕະຫຼອດຮອດເຄື່ອງໃຊ້ຄົວເຮືອນ.
ຕະຫຼາດໂພສີ
ໄປທາງເສັ້ນທາງຕາດກວາງຊີ ຂີ່ລົດໄປໃຊ້ເວລາ 5 ນາທີ, ຖ້າຍ່າງໄປກໍ່ຈະໃຊ້ເວລາປະມານ 20 ນາທີ ຈາກສໍານັກງານທ່ອງທ່ຽວ.
ເປີດແຕ່ ເວລາ 6:00 – 13:30 ນາທີ.
ຈໍາໜ່າຍອາຫານ, ປະເພດເສື້ອ,ໂສ້ງ, ເຄື່ອງນຸ່ງ, ເຄື່ອງໃຊ້ໃນເຮືອນ ແລະອຸປະກອນການທ່ອງທ່ຽວ.


ຕະຫຼາດນາວຽງຄໍາ
ໄປທາງເສັ້ນທາງຕາດກວາງຊີ ຂີ່ລົດໄປໃຊ້ເວລາ 5 ນາທີ, ຖ້າຍ່າງໄປກໍ່ຈະໃຊ້ເວລາປະມານ 20 ນາທີ ຈາກສໍານັກງານທ່ອງທ່ຽວ.
ເປີດແຕ່ ເວລາ 6:00 – 13:30 ນາທີ.
ຈໍາໜ່າຍອາຫານ, ປະເພດເສື້ອ,ໂສ້ງ, ເຄື່ອງນຸ່ງ, ເຄື່ອງໃຊ້ໃນເຮືອນ ແລະອຸປະກອນການທ່ອງທ່ຽວ.