ພາບລວມ
ພາບລວມ
ສ້າງຕັ້ງຂື້ນໃນປີ 1512 ໃນສະໄໝຂອງເຈົ້າຊີວິດວິຊຸນນະລາດ (1501-1520), ວັດແຫ່ງນີ້ຖືວ່າເປັນສັນຍາລັກຂອງຄວາມສາມັກຄີຂອງອານາຈັກ, ລູກຕິ່ງໄມ້ປ່ອງຢ້ຽມຂອງວັດແກະສະລັກ ຄືກັບວັດພູຈຳປາສັກ ທີ່ຢູ່ທາງທິດໃຕ້ຂອງປະເທດລາວ ພາຍໃນວັດທ່ານສາມາດເຫັນຮູບປັ້ນເກົ່າແກ່ ແລະ ແຜ່ນຈາລຶກຫີນຕັ້ງຢູ່ໃນບໍລິເວນຂອງວັດ, ນອກນີ້ ຍັງມີພະທາດປະທຸມ ແລະ ເປັນທີ່ຈັກກັນອີກຊື່ໜື່ງເອີ້ນວ່າພະທາດໝາກໂມ ເນື່ອງຈາກຮູບຮ່າງຂອງມັນຄ້າຍຄືກັບໝາກໂມ.
ເວລາເປີດ-ປິດ
ເປີດທຸກມື້ເລີ່ມຕັ້ງແຕ່ເວລາ 8:00 – 17:00 ໂມງແລງ.
ລາຄາປີ້: 20,000 ກີບຕໍ່ຄົນ.
ການເຂົ້າເຖິງ
- ວັດວິຊຸນນະລາດ ຖັດຈາກທະນາຄານພັດທະນາລາວ, ຕັ້ງຢູ່ໃກ້ກັບສາມແຍກວິຊຸນ.
ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ
- ແຕ່ງຕົວໃຫ້ສຸພາບຮຽບຮ້ອຍ, ປົດໝວກ ແລະເກີບອອກກ່ອນເຂົ້າຊົມສະຖານທີ່ສັກສິດ
- ເຄົາລົບພະສົງແລະສໍາມະເນນ, ສຳລັບແມ່ຍິງບໍ່ອະນຸຍາດໃຫ້ຖືກຕົວຂອງພະສົງແລະສຳມະເນນ.
- ຫ້າມບໍ່ໃຫ້ສະແດງຄວາມຮັກໃນສະຖານທີ່ສາທາລະນະເຊັ່ນ: ການຈັບມື, ການຈູບ, ການກອດ.
- ຫ້າມບໍ່ໃຫ້ຊື້ວັດຖຸໂບຮານໃດໆເພາະເປັນສິ່ງທີ່ຖືກຫ້າມ ແລະທ່ານຈະຖືກປັບໃໝ.