ຫຼວງພະບາງຄົງຢູ່ຕະລອດໄປ
ຖ້າທ່ານກໍາລັງຊອກຫາປະສົບການວັນພັກຜ່ອນທີ່ສົມບູນແບບກັບຄວາມຊົງຈໍາທີ່ຈະປາຖະໜາ ທ່ານຢູ່ໃນສະຖານທີ່ທີ່ເໝາະສົມ. ວາງແຜນໄປທ່ຽວຫຼວງພະບາງເລີຍ.
ສິ່ງທີ່ບໍ່ຄວນພາດ
ຖ້າຫາກວ່າທ່ານກຳລັງຊອກຫາບ່ອນພັກຜ່ອນທີ່ງຽບສະຫງົບແຄມນໍ້າ, ສະລອຍນໍ້າ, ທ່ຽວຊົມນໍ້າຕົກຕາດ, ຍ່າງປ່າທີ່ເຕັມໄປດ້ວຍການປະຈົນໄພ ຫຼື ທ່ຽວຊົມວິຖີຊີວິດ ເພື່ອພົບກັບປະຊາຊົນບັນດາເຜົ່າຢູ່ໃນບ້ານ, ມົນສະເໜ່ຂອງຕົວເມືອງທີ່ເຕັມໄປດ້ວຍສະຖາປັດຕະຍະກໍາອັນເກົ່າແກ່ປະສົມປະສານທີ່ງົດງາມໃຫ້ໄດ້ເຫັນ ເຊິ່ງສິ່ງຕ່າງໆທັງໝົດນີ້ທ່ານສາມາດພົບໄດ້ທີ່ຫຼວງພະບາງແຫ່ງນີ້.
ທ່ຽວຊົມຕົວເມືອງສະເໝືອນຈິງ ຮູບແບບ 360
ສິ່ງທີ່ເຮັດໃຫ້ຫຼວງພະບາງມີຄວາມພິເສດ?

ທໍາມະຊາດທີ່ອຸດົມສົມບູນ
ພູຜາປ່າດົງທີ່ປົກຄຸມໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ ແລະ ສາຍນໍ້າອັນກວ້າງໃຫຍ່

ຄວາມສະຫງົບ
ສຽງສູດມົນຂອງພະສົງ ດັງກ້ອງກາງວານໄປຕາມຕົວເມືອງໃນຍາມຮຸ່ງເຊົ້າ ແລະ ຍາມແລງຄໍ່າຄ້ອຍ

ວັດທະນະທໍາ ບໍ່ມີທີ່ສິ້ນສຸດ
ວິຖີຊີວິດແບບດັ້ງເດີມທີ່ຍັງຄົງອານຸລັກຮັກສາໄວ້ ແລະ ສືບທອດກັນມາ ໂດຍຄົນຮຸ່ນຫຼັງ ຈົນເຖິງທຸກວັນນີ້

ວິຖີຊີວິດທີ່ປະສົມປະສານ ຂອງຊາວຕາເວັນອອກ ແລະ ຕາເວັນຕົກ
ສະຖານທີ່ ທີ່ມີວັດວາອາຮາມ ບູຮານສະຖານເປັ່ງປະກາຍຫຼາກສີ ອາຄານແບບອານານິຄົມ ປະສົມປະສານວັດທະນະທໍາລາວ ທີ່ມີສະເໜ່
ວີດີໂອ
ຊົມວີດີໂອທັງໝົດໃນຍູທູບ ຄິກທີ່ນີ້
ຂ່າວສານຫຼ້າສຸດ
ຂໍ້ມູນອັບເດດໃໝ່ ເທດສະການ ແລະ ປະກາດຫຼ້າສຸດ ເພື່ອຄົ້ນຫາການເດີນທາງຂອງທ່ານ